ປະຫວັດສາດລາວ

                                                           ( ຮູບ : ເຈົ້າຟ້າງຸ່ມ )
1. ສະພາບປະຫວັດສາດ
      ກ່ອນສະຕະວັດທີ 14 ດິນແດນອານາຈັກລາວລ້ານຊ້າງແຫ່ງນີ້ ເປັນດິນແດນທີ່ມີຄົນເຊື້ອຊາດລາວອາໄສຕັ້ງຖິ່ນຖານຢູ່ຢ່າງກະແຈກກະຈ່າຍ, ມີຫຼາຍຫົວເມືອງນ້ອຍ,ຫົວເມືອງໃຫຍ່ປົກຄອງກັນແບບເກົ່າແກ່.   ເມືອງໃດມີຄວາມເຂັ້ມແຂງ ມີອິດທິພົນຫຼາຍກວ່າ ກໍຕີເອົາເມື່ອງນ້ອຍທີ່ອ່ອນແອມາຂື້ນກັບຕົນເອງ. ດິນແດນແຫ່ງນີ້ ມີເຊື້ອຊາດລາວຕັ້ງຖິ່ນຖານຢູ່ມາດົນນານປະມານ 2,500 ປີ.
    ມີນັກຄົ້ນຄວ້າທັງລາວ ແລະ ຕ່າງປະເທດ ຍັງໄດ້ຄົ້ນພົບເຫັນຫຼັກຖານດ້ານວັດຖຸ ເປັນຕົ້ນແມ່ນການຄົ້ນພົບເຫັນແຂ້ວ, ປ່ຽງກະໂຫຼກຫົວ, ເຄື່ອງມືທີ່ເຮັດດ້ວຍຫີນ, ສິ່ວ , ຫອກ ແລະ ອື່ນໆ. ຢູ່ຕາມຖໍ້າ , ເສົາຫີນ, ຢູ່ເມືອງເປີນ ແຂວງຫົວພັນ ແລະ ທົງໄຫຫີນ ຢູ່ແຂວງຊຽງຂວາງ.
    ເມືອງບູຮານໄດ້ກໍາເນີດມາແຕ່ດົນນານ ເປັນຫົວເມືອງໆເກົ່າແກ່ຄັ້ງຢູ່ກະແຈກກະຈາຍເຊັ່ນ ເມືອງໜອງແສ ( ນ່ານເຈົ່າ ) ທີ່ຖືກັນວ່າເປັນຖິ່ນກໍາເນີດຊາວລາວ, ເມືອງຊວາ ( ຊຽງທອງຫຼວງພະບາງ ) ( ເມືອງພວນແຂວງຊຽງຂວາງ ), ເມືອງຈໍາປາສັກ ແລະ ເມືອງອື່ນໆ ກ່ອນສະຕະວັດທີ 14 . ແຕ່ຄໍາສັນນິຖານດັ່ງກາ່ວບໍ່ທັນມີຂໍ້ມູນ ຫຼື ຫຼັກຖານທີ່ເຊື່ອໝັ້ນ ລະບຸໃວ້ຢ່າງຊັດເຈນເທື່ອ.

No comments:

Post a Comment