ນິທານ


 ນິທານແບ່ງອອກເປັນ 3 ປະເພດ ຄື : ນິທານບູຮານລາວ . ນິທານຊວນຫົວ . ແລະ ນິທານສັດ.
  1. ນິທານບູຮານລາວ ແມ່ນ : ເລື່ອງພື້ນເມືອງປະເພດໜຶ່ງ ເຊິ່ງແມ່ນປະຊາຊົນຜູ້ອອກແຮງງານເປັນຜູ້ປະດິດແຕ່ງຂື້ນໃນສະໄໝບູຮານ, ແຕ່ມັນຂະຫຍາຍຕົວໃນສະໄໝສັງຄົມມີຊົນຊັ້ນ. ສະນັ້ນ, ເນື້ອໃນຕົ້ນຕໍ ແມ່ນສ່ອງແສງບັນດາຂໍ້ຂັດແຍ່ງຂອງສັງຄົມ. ຄວາມມຸ່ງມາດປາຖະໜາ ແລະ ມານະຈິດຂອງປະຊາຊົນຜູ້ອອກແຮງງານຢ່າງມີຊີວິດຊີວາ.
 2 . ນິທານຊວນຫົວ ແມ່ນເລື່ອງພື້ນເມືອງປະເພດໜຶ່ງ ເຊິ່ງແມ່ນປະຊາຊົນຜູ້ອອກແຮງງານເປັນຜູ້ປະດິດແຕ່ງ. ແມ່ນໝາກຜົນແຫ່ງການດໍາລົງຊີວິດ ການອອກແຮງງານ ແລະ ການຕໍ່ສູ້ສັງຄົມ. ຈຸດພິເສດຕົ້ນຕໍຂອງນິທານປະເພດນີ້ ແມ່ນການໃຊ້ສຽງຫົວ ເປັນພາຫະນະໃນການປະດິດແຕ່ງ. ສຽງຫົວນັ້ນຈະມີລັກສະນະຢອກໄຍມ່ວນຊື່ນ, ຕັກເຕືອນສັ່ງສອນ,ຕໍາໜິເຢາະເຢີ້ຍສຽດສີ ແລະ ກ່ວປະນາມໂຈມຕີ.
 3  . ນິທານສັດ ເປັນບົດເລື່ອງພື້ນເມືອງປະເພດໜຶ່ງທີ່ມີລັກສະນະ ແລະ ຈຸດພິເສດເປັນເອກະລັກແຕກຕ່າງຈາກວັນນະຄະດີພື້ນເມືອງລາວປະເພດອື່ນໆ. ມັນເປັນບົດເລື່ອງສັ້ນ, ກະທັດຮັດທີ່ເວົ້າເຖິງສັດ ແລະ ເອົາຮູບພາບຂອງສັດມາເປັນຕົວລະຄອນຕົ້ນຕໍ, ແມ່ນການໃຊ້ຈິດສໍານິກເພື່ອສ້າງປາກົດການໃຫ້ມີຄວາມໝາຍສັດຈະທໍາ, ມີທັດສະນະຄຸນສົມບັດ ແລະ ເປັນຄະຕິເຕືອນໃຈໃຫ້ແກ່ຄົນເຮົາ. ໂຄງປະກອບສ້າງຂອງນິທານສັດຍາມໃດກໍມີສອງພາກສ່ວນໄປນໍາກັນຄື ເຫດການຕົວຈິງຢູ່ໃນເລື່ອງ ແລະ ຄະຕິສັ່ງສອນທີີ່ເຊື່ອງຊ້ອນຢູ່ໃນເລື່ອງ ຜ່ານຕົວລະຄອນສັດ.

No comments:

Post a Comment