ຄໍາທວາຍ
1. ຄໍາທວາຍ
ແມ່ນ ກາບກອນພື້ນເມືອງ ເຊິ່ງຄົນລາວເຮົາເຄີຍນິຍົມໃຊ້ເພື່ອໂຈດຖາມ, ທວາຍບັນຫາທີ່ມີລັກສະນະເຊື່ອບັງ ແຕ່ງຂື້ນມີລັກສະນະເປັນກາບເປັນກອນຖາມເຖິງບັນຫານີ້ ແຕ່ເອົາບັນຫາອື່ນມາຕອບ ທີ່ມີລັກສະນະກົງກັນຂ້າມກັນ. ມີລັກສະນະປີ້ນຄວາມເວົ້າ, ມີລັກສະນະເປັນຄໍາຖາມທີ່ບໍ່ສຸພາບ ແລະ ເວົ້າໂຍກ ຫຼື ເວົ້າເກີນກາຍຄວາມຈິງ.
ຕົວຢ່າງ : ຄໍາທວາຍທີ່ສ່ອງແສງເຖິງຄົນ
- ຜູ້ເຫັນບໍ່ເອົາ ຜູ່ເອົາບໍ່ກິນ ຜູ້ກິນບໍ່ຂີ້ ຜູ້ຂີ້ບໍ່ເໝັນ ແມ່ນຫຍັງ? ( ຕາ, ມື , ປາກ , ກົ້ນ )
- ກົກພໍກໍາ ລໍາພໍກອດ ຍອດດໍາປິກ ແມ່ນຫຍັງ?. ( ຄົນ )
- ໄມ້ນ້ອຍລອຍຢູ່ກາງທາງ ຊ້າງຢຽບບໍ່ຫັກແມ່ນຫຍັງ? ( ເສັ້ນຜົມ )
Subscribe to:
Posts (Atom)

No comments:
Post a Comment