ສາສະໜາພຣາມ - ຮິນດູ
1. ປະຫວັດຄວາມເປັນມາ
ກ່ອນທີ່ເຮົາຈະໄປເວົ້າເຖິງປະຫວັດຄວາມເປັນມາຂອງສາສະໜາພຣາມ-ຮິນດູ
ນັ້ນ ເຮົາມາເຂົ້າໃຈກັນກ່ອນວ່າສາສະໜາພຣາມ ແລະສາສະໜາຮິນດູນັ້ນເປັນສາສະໜາດຽວກັນ
ເພາະຖ້າແຍກກັນເປັນຄົນລະສາສະໜາຄືເປັນສາສະໜາ ແລະສາສະໜາຮິນດູ ກໍໝາຍຄວາມວ່າສາສະໝາ
ພຣາມໄດ້ຕາຍໄປແລ້ວ ແລະ ສາສະໜາຮິນດູເປັນສາສະໜາທີ່ເກີດຂື້ນໃໝ່
ແຕ່ຄວາມເປັນຈິ່ງແລ້ວສາສະໜາພຣາມບໍ່ໄດ້ຕາຍ ແລະ ສາສະໜາຮິນດູກໍບໍ່ໄດ້ເກີດຂື້ນມາໃໝ່
ແຕ່ເປັນການພັດທະນາມາຈາກສາສະໜາພຣາມ ອີກປະການໜຶ່ງສາສະນິກະຊົນຜູ້ນັບຖືສາສະໜາ ດັ່ງກ່າວ
ແລະ ຜູ້ນໍາທາງສາສະໜາກໍໄດ້ໃຫ້ຄໍາອະທິບາຍ
ພ້ອມທັງຍອມຮັບວ່າສາສະໜາພຣາມກັບສາສະໜາຮິນດູເປັນອັນດຽວກັນ ຈຶ່ງເອີ້ນຮ່ວມກັນວ່າ
ສາສະໜາພຣາມ - ຮິນດູ.
ສາສະໜາພຣາມ
- ຮິນດູ ມີວິວັດທະນາການທາງປະຫວັດສາດອັນຍາວນານ ນັບຕັ້ງແຕ່ຊົນເຜົ່າອາຣະຍັນເລີ່ມເຂົ້າມາຕັ້ງຖິ່ນຖານໃນອິນເດຍ
ຈົນເຖິງປັດຈຸບັນ ເຮັດໃຫ້ມີຊື່ນັບຕັ້ງແຕ່ເລີ່ມຕົ້ນ ເອິ້ນວ່າສາສະໜາສະນາຕະນະແປວ່າ
ສາສະໜາທີ່ຄົງຢູ່ຊົ່ວນິລັນດອນ ບໍ່ມີວັນເສື່ອມ ຕໍ່ມາຈຶ່ງເກີດມີຄໍາພີພຣະເວດເອີ້ນວ່າ
ໄວທິກະທໍາ ແປວ່າ ທໍາທີໄດ້ຈາກພຣະເວດ ພາຍຫລັງໄດ້ປຽ່ນມາເປັນອາຣະຍະທໍາ ແປວ່າ
ທໍາທີ່ດີງາມ ຄໍາສອນຂອງພຣາມມະນາຈານຈົນໄດ້ມີການປ່ຽນແປງທາງສາສະໜາຈຶ່ງໄດ້ຊື່ໃໝ່ວ່າຫີນພູທໍາ
ຫຼື ຮິນດູທໍາ ແປວ່າ ທໍາທີ່ສອນລັດທິອະຫິງສາ ຄໍາວ່າ ອະຫິງສາ ແປວ່າ ການບໍ່ບຽດບຽນກັນ.
ດັ່ງນັ້ນ. ການທີ່ຈະສຶກສາ
ສາສະໜາພຣາມ-ຮິນດູກ່ຽວກັບປະຫວັດຄວາມເປັນມາ
ແລະພັດທະນາການທາງດ້ານແນວຄິດທາງສາສະໜາໃຫ້ແຈ່ມແຈ້ງຊັດເຈນນັ້ນເຮົາຈໍາເປັນທີ່ຈະຕ້ອງໄດ້ມີການສຶກສາກ່ຽວກັບການແບ່ງຍຸກສະໄໝຂອງສາສະໜາ
ເຊິ່ງໂດຍ ທົ່ວໆໄປນັ້ນນັກສາສະໜາບໍ່ໄດ້ແບ່ງຍຸກສະໄໝຂອງສາສະໜາພຣາມ-ຮິນດູຢ່າງກວ້າງວ່າເປັນ
3 ຍຸກຄື: ຍຸກພະເວດ (ປະມານ 1.000-100 ປີ ກ່ອນ ພ.ສ) ຍຸກພຣາມ (ປະມານ 100 ກ່ອນ ພ.ສ ຫາ
ພ.ສ 700) ແລະ ຍຸກຮິນດູ (ຕັ້ງແຕ່ ພ.ສ 700 ເປັນຕົ້ນມາ) ເພື່ອໃຫ້ຄວາມຊັດເຊນຍິ່ງຂື້ນ
ໃນຕໍາລານີ້ໄດ້ແບ່ງອອກເປັນ 11 ຍຸກ ດັ່ງລຸ່ມນີ້.
1.
ສະໄໝດຶກດໍາບັນ ປະມານ 1.000 ປີ ກ່ອນ ພ.ສ
2.
ສະໄໝພຣະເວດ ປະມານ 957-475 ປີ ກ່ອນ ພ.ສ
3.
ສະໄໝພຣາມ ປະມານ 257 ປີ ກ່ອນ ພ.ສ - ພ.ສ 43
4.
ສະໄໝຮິນດູເກົ່າ (ຮິນດູແທ້) ປະມານ 57 ປີ ກ່ອນ ພ.ສ -
ຕົ້ນພຸດທະການ
5.
ສະໄໝອຸປະນິສັດ ປະມານ 57 ປີກ່ອນ ພ.ສ - ຕົ້ນພຸດທະການ
6.
ສະໄໝສູດ ປະມານ ພ.ສ 60 - ພ.ສ 360
7.
ສະໄໝອາວະຕານ ປະມານ ພ.ສ 220 - ພ.ສ 660
8.
ສະໄໝເສື່ອມປະມານ
ພ.ສ 861 - ພ.ສ 1190
9.
ສະໄໝພື້ນຟູ
ປະມານ 120 - ພ.ສ 1740
10.
ສະໄໝພັກດີ
ປະມານ ພ.ສ - ພ.ສ 2300
11.
ສາສະໜາພຣາມ
- ຮິນດູປັດຈຸບັນ ແຕ່ ພ.ສ 2300 - ປັດຈຸບັນ
2.ປະຫວັດສາສະດາ
ສາສະໜາພຣາມ - ຮິນດູ ເປັນສາສະໜາທີ່ເກົ່າແກ່
ບໍ່ມີສາສະດາທີ່ແນ່ນອນຄືກັນສາສະໜາອື່ນ ເພາະຄໍາສອນຕ່າງໆພວກພຣາມ ຫຼື
ພວກລືສີສັກສິດທີ່ໄດ້ຍີນໄດ້ຟັງມາຈາກສຽງທິບ ຫຼື ສຽງສະຫວັນ (ສະຣຸຕິ) ດ້ວຍຕົນເອງ
ແລ້ວກໍມີການຈົດຈໍາໃວ້ ແລະຖ່າຍທອດຕໍ່ກັນທາງຄວາມໄດ້ຈໍາ (ສົມມຸດ) ເຊິ່ງໃນເລື່ອງນີ້ມີຫຼັກຖານຢືນຢັນໃວ້ໃນພຣະສຸດຕັນຕະປິດົກທິຄະນິກາຍສິລະຂັນທະວັກ
ໃນເຕວິດຊະສູດ ວ່າພຣະຜູ້ມີພຣະພາກເຈົ້າໄດ້ຕັດໃວ້ຢ່າງຊັດເຈນວ່າ
ພວກລືສືຜູ້ເປັນບຸບພຣະຈານ ແລະປະຖົມຈານ ຜູ້ສອນຄໍາພິພຣະເວດໃຫ້ແກ່ພຣາມນັ້ນມີ 10 ຕົນຄື;
ລືສີອັດຖະກະ, ລືສີວາມະກະ, ລືສີວາມະເທວະ, ລືສີເວດສະມິດຕະ, ລືສີຍະມະຕັກຄິ,
ລືສີອັງຄິຣະສະ, ລືສີວາເສດຖະ, ລືສີກັດສະປະ ແລະ ລືສີພຣະຄຸ ເຊິ່ງ
ເວລາຕໍ່ມາມີຫົວໜ້າລັດທິໄດ້ແຕ່ງຄໍາພີ
ທີເຮັດໜ້າທີ່ຄ້າຍກັບສາສະດາໄດ້ຊ່ວຍໃນການເຜີຍແຜ່ຄໍາສອນຕ່າງໆເຫຼົ່ານີ້ ໃຫ້ແຜ່ກະຈາຍ
ແລະຍືນຍົງມາເຖິງປັດຈຸບັນນີ້ ໃນຕໍາລານີ້ຈະໄດ້ເວົ້າເຖິງປະຫວັດຂອງຫົວໜ້າລັດທິ
ແລະຜູ້ແຕ່ງຕໍາລາທີ່ສໍາຄັນ ດັ່ງຕໍ່ໄປນີ້.
1. ວະຍາສະ
ເປັນຜູ້ຮຽບຮຽງຄໍາພີພຣະເວດ, ຄໍາພີອິຕິຫາສະ ແລະຄໍາພີປຸຣານະ
ພ້ອມນີ້ຜູ້ແຕ່ງມະຫາກາບມະຫາພາຣະຕະ ກໍໃຊ້ຊື່ວ່າວະຍາສະ ຈື່ງສະຫລຸບວ່າ
ທ່ານວະຍາສະເປັນລືສີຄົນສໍາຄັນມີສ່ວນໃນການແຕ່ງຫຼືຮຽບຮຽງຄໍາພີຂອງສາສະໜາພຣາມ-ຮິນດູໃວ້ຫຼາຍທີ່ສຸດ.
2. ວາລະມິກີ
ເປັນລືສີຜູ້ແຕ່ງມະຫາກາບຣາມາຍະນະ ເຊິ່ງສັນນິຖານວ່າໃນທ້າຍສະຕະວັດທີ 4 ຫາ
ຕົ້ນສະຕະວັດທີ 3 ກ່ອນ ຄ.ສ
3. ໂຄຕະມະ ຫຼື
ເຄົາຕະມະ ຜູ້ຕັ້ງລັດທິນະຍາຍະ ເກີດປະມານ 550 ປີກ່ອນ ຄ.ສ
4. ກະນາທະ
ຜູ້ຕັ້ງລັດທິໄວເສສິກະ ເກີດປະມານສະຕະວັດທີ 3 ກ່ອນ ຄ ສ
5. ກະປີລະ
ຜູ້ຕັ້ງລັດທິສາງຂະຍະ ເກີດໃນສະຕະວັດທີ 6 ກ່ອນ ຄ.ສ
6. ປະຕັນຊະລີ
ຜູ້ຕັ້ງລັດທິໂຍຄະເກີດໃນສະຕະວັດທີ 3 ຫຼື 4 ກ່ອນ ຄ.ສ
7. ໄຊມິນີ
ຜູ້ຕັ້ງລັດທິມະມິມາງສາເກີດລະຫວ່າງສະຕະວັດທີ 6- 2 ກ່ອນ ຄ.ສ
8. ມະນູ ຫຼື ມະນຸ
ຜູ້ແຕ່ງຄໍາພີທໍາມະສາດ ເກີດໃນສະຕະວັດທີ 5 ກ່ອນ ຄ.ສ
9. ພາທະຣາຍະນະ
ຜູ້ຕັ້ງລັດທິເວທານຕະ ຫຼືອຸດຕະຮະມິມາງສາ ເກີດໃນລະຫ່ວາງສະຕະວັດທີ 6- 2 ກ່ອນ ຄ.ສ
10. ຈາຣາວາກະ
ຜູ້ຕັ້ງລັດທິໂລກາຍະນະ
11. ສັງກະຣາຈານ
ຜູ້ແຕ່ງອັດຖະກະຖາ ຫຼື ຄໍາອະທິບາຍລັດທິເວທານຕະເກີດລະຫວ່າງປີ ຄ.ສ 788 – 820
ແລະເປັນຜູ້ຕັ້ງລັດທິອະໄທວະຕະ ຫຼື ເອກະນິຍົມ ຄື ການນິຍົມພຮະເຈົ້າອົງດຽວ
12. ນາຖະມຸນີ
ເປັນຜູ້ນໍາຄົນທໍາອິດຂອງລັດທິໄວສະຍະວະ ເກີດລະຫວ່າງປີ ຄ.ສ 824-924
13. ຣາມານຸຊາຈານ
ຖືກັນວ່າເປັນຄົນສໍາຄັນທີ່ສຸດຂອງລັດທິໄວສະນະພຮະ ແລະ ເຈົ້າຂອງປັດຊະຍາວິສິສະດາທະໄວຕະ
ທີ່ສືບຕໍ່ຈາກເວທານຕະເກີດໃນລະຫວ່າງ ຄ.ສ 1027 – 1137
14. ມັດທະວາຈານ
ເປັນຜູ້ນໍາອີກທ່ານໜຶ່ງຂຶງລັດທິໄວສະນະພຣະ ແລະເຈົ້າຂອງປັດຊະຍາທະໄວຕະຫຼື ທະວິນິຍົມ
ເກີດໃນລະຫວ່າງ ຄ.ສ 1199 – 1277
15. ລະກຸລິສະ (
ເວລາບໍ່ແນ່ນອນ) ເປັນອາຈານໃຫ່ຍແຫ່ງນິຍາຍໄສວະຝ່າຍໃຕ້ຜູ້ຕັ້ງນິກາຍປະສຸບຕະ
16. ວະສຸຄຸບຕະ
ເປັນຜູ້ຕັ້ງລັດທິຝ່າຍເໜືອ ຫຼື ທີ່ເອີ້ນວ່າ ກາສະປີຣະໄສວະ ເກີດໃນລະຫວ່າງສະຕະວັດທີ 9
ແຫ່ງ ຄ.ສ
17. ຣາມະໂນຫັນ ຣອຍ
ເປັນຜູ້ຕັ້ງພຣົມສະມາດ ( ສະມາຄົມ ) ເກີດໃນລະຫວ່າງ ປີ ຄ.ສ 1774-1833ຣາມະໂນຫັນ
18. ສະວາມີທະຍານັນ
ສະຣັດສະວາດີ ເປັນຜູ້ຕັ້ງອາຣະຍະສະມາດເກີດໃນລະຫວ່າງ ປີ ຄ.ສ 1824- 1833
19. ຣາມະກິດສະນະ
ເປັນຜູ້ນໍາທາງຄວາມຮູ້ ແລະ ການປະຕິບັດ ເປັນຜູ້ຈັດໃຫ້ມີຂະບວນການຣາມະກິດສະນະມິດຊັນ
ເຖິງແມ່ນວ່າທ່ານບໍ່ໄດ້ຕັ້ງເອງ ແຕ່ສະວາມີວິເວການັນທະ ສະຣັດສະວະດີ
ກໍຕັ້ງຂື້ນເພື່ອເປັນເຄື່ອງອະນຸສອນເຖິງທ່ານຢູ່ລະຫວ່າງ ພ.ສ 2379 – 2429
3. ຄໍາພີໃນສາສະໜາ
ສາສະໜາພຣາມ-ຮິນດູ ມີຄໍາພີທີ່ສໍາຄັນຢູ່ 2 ພາກສ່ວນຄື: ສະຣຸຕິ ແລະ
ສົມມຸດຕິ
3.1 ສະຣຸຕິ
ໄດ້ແກ່ຄໍາພີພຣະເວດທັງ 4 ເຊິ່ງຖືວ່າເປັນສິ່ງທີ່ໄດ້ຍີນ,
ໄດ້ຟັງມາຈາກພຣະຜູ້ເປັນເຈົ້າໂດຍຕົງ ບໍ່ມີຜູ້ແຕ່ງ ແຕ່ເປັນການຄົ້ນພົບຂອງລືສີທັງຫຼາຍ
ເປັນຂອງທີ່ມີຢູ່ຊົ່ວນິລັນດອນ ເປັນລົມຫາຍໃຈຂອງພຣະຜູ້ເປັນເຈົ້າ
ເປັນສັດຈະທໍາທີ່ສະແດງເຖິງປະສົບການທາງວິນຍານຂອງລືສີທັງຫຼາຍໃນອະດິດຕະການທີ່ຍາວນານ ພຣະເວດແບ່ງອອກເປັນ 4 ຄໍາພີຄື:
1) ລຶກຄະເວດ
ເປັນຄໍາເກົ່າແກ່ທີ່ສຸດ ເປັນບົດເພງ ຫຼືມົນສໍາລັບສູດສັນລະເສີນອ້ອນວອນພຣະຜູ້ເປັນເຈົ້າ
ແລະເທວີ ມີບົດເພງສູດນໍາກັນ 1.017 ບົດ ສະແດງເຖິງການຍົກຍ້ອງອໍານາດທໍາມະຊາດໃນການຕໍ່ສູ້ລະຫວ່າງແສງສະຫວ່າງກັບຄວາມມືດ
ຄວາມຮ້ອນກັບຄວາມ ໜາວ. ອໍານາດທໍາມະຊາດຖືກຍົກຍ້ອງໃນຖານະເປັນພຣະເຈົ້າ,
ມີເທບພຣະເຈົ້າສໍາຄັນຄື: ອັກຄະນີ. ອິນ,ສູຣະຍະ,ວະຣຸນ,ອຸສາ, ອັດສະວິນ,ປັດຖະວິ,
ມະຣຸຕະ, ຣຸດທະຣະ, ຍະມະ ແລະອື່ນໆ.
2) ຍະຊຸຣະເວດ
ເປັນຄໍາພີທີ່ເປັນຄູ່ມືໃນການປະກອບພິທີກໍາຂອງພຣາມ ເຊິ່ງເປັນບົດຮ້ອຍແກ້ວ
ທີ່ອະທິບາຍວິທີປະກອບພິທີກໍາ ບວງສວງ ແລະການກະທໍາພິທີບູຊາຍັນ ຈັດຕາມລໍາດັບເພງສູດເຊິ່ງສ່ວນຫຼາຍເອົາມາຈາກລຶກຄະເວດ
ຖືວ່າເປັນຄໍາພີທີ່ຕ້ອງສຶກສາເປັນພິເສດແລະ ມີສາຂາແຕກຂະຫຍາຍໄປເປັນຈໍານວນຫຼວງຫຼາຍ.
3) ສາມະເວດ
ເປັນຄໍາພີຮວບຮວມບົດສູດມົນທີເປັນບົດຮ້ອຍກອງມີທັງໝົດເຖິງ 1.549 ບົດ
ໂດຍນໍາມາຈາກລຶກຄະເວດເປັນສ່ວນຫຼາຍ ທີ່ແຕ່ງຂື້ນໃໝ່ມີປະມານ 78 ບົດ
ຈະໃຊ້ສໍາລັບສູດໃນພີທີຖວາຍນໍ້າໂສມ ແລະຂັບກ່ອມເທບພະເຈົ້າ.
4) ອາຖັນພຣະເວດ
ເປັນຄໍາພີແຕ່ງຂື້ນໃໝ່ໃນທ້າຍສະໄໝພຣາມ ເປັນຄາຖາອາຄົມ, ມົນຂັງສັກສິດສໍາລັບພິທີຂັບໄລ່ສະໜຽດຈັງໄຮ
ແລະ ອັບປະມູງຄຸນໃຫ້ກັບມາເປັນສິຣິມູງຄຸນ, ນໍາຄວາມຊົ່ວຮ້າຍໄປເກີດຂື້ນກັບສັດຕູ.
3.2 ສົມມຸດຕິ
ເປັນຄໍາພີຊັ້ນສອງ ແປຕາມສັບວ່າ ສິ່ງທີ່ຈໍາໃວ້ໄດ້ ຈຶ່ງເປັນສິ່ງທີ່ຈົດຈໍາຕໍ່ໆກັນມາ
ແລະ ຖ່າຍທອດສືບຕໍ່ກັນມາ
ເປັນຄໍາພີທີນັກປາດທາງສາສະໜາໃນເວລາຕໍ່ມາໄດ້ແຕ່ງຂື້ນເພື່ອປະກອບໃນການສຶກສາຄໍາພີພຣະເວດເພື່ອໄດ້ຮັບຜົນທີ່ດີ
ແລະ ຖືກຕ້ອງ.
4. ຫຼັກການຄໍາສອນທີສໍາຄັນ
ຫຼັກຄໍາສອນທີ່ສໍາຄັນຂອງສາສະໜາພຣາມ - ຮິນດູ ມີທັງໝົດ 4 ຂໍ້ ຄື:
1)
ຫຼັກອາສົມ 4 ຄື: ອາສົມທີ 1 : ປະຖົມໄວ, ອາສົມທີ 2: ມັດຊິມະໄວ,
ອາສົມທີ 3: ປັດສິມະໄວ, ອາສົມທີ 4: ຄືສັນຍັດສະຕາສົມ.
2)
ຫຼັກການປະຕິວັດລະຫວ່າງບຸກຄົນ
3)
ຫຼັກປະຣະມາຕະມັນ
4)
ຫຼັກໂມກຂະ
5 ຕຣີມຸນຕີໃນສາສະໜາພຣາມ - ຮິນດູ
ສາສະໜາໃນຍຸກສະໄໝຂອງມະຫາກາບໄດ້ມີການປຽ່ນແປງ
ເທບສໍາຄັນໃນຍຸກມະຫາກາບມີຄື: ພຣະພຣົມ, ພຣະສິວະ, ແລະ ພຣະນາຣາຍ ເທບພຣະເຈົ້າທັງສາມ
ນັ້ນລວມເຂົ້າກັນເອີ້ນວ່າ ຕຣີມຸນຕີ ແລະ ໜ້າທີ່ຂອງເທບພຣະເຈົ້າແຕ່ລະອົງ ດັ່ງຕໍ່ໄປນີ້.
5.1 ພຣະພຣົມ
ເປັນຜູ້ສ້າງມະນຸດ ແລະ ສັບພະສັດທັງຫຼາຍໃນໂລກ ນັບເອົາເທວະດາພ້ອມ,
ລັກສະນະ ພຣະພຣົມໃນໄລຍະທໍາອິດນັ້ນບໍ່ມີຕົວຕົນ
ແຕ່ເມື່ອເວລາຕໍ່ມາພວກພຣາມໄດ້ເຫັນຂໍ້ບົກພ່ອງວ່າ
ເມື່ອພຣະພຣົມບໍ່ມີຕົວຕົນເຮັດໃຫ້ປະຊາຊົນເຄົາລົບບູຊາບໍ່ໄດ້ ສະນັ້ນ
ພວກພຣາມຈຶ່ງໄດ້ກໍານົດມີຕົວມີຕົນມີ 4 ໜ້າ
ສາມາດເບິ່ງໄດ້ທຸກທິດນອກນີ້ຍັງມີທັງນາມມະທໍາ ແລະຮູບປະທໍາ
ສ່ວນທີ່ເປັນນາມມະທໍານັ້ນໝາຍເຖິງຈັກກະວານ ເປັນວິນຍານຂອງທໍາມະຊາດ, ດິນ,ນໍ້າ,ລົມ,ໄຟ,
ອາກາດ,ທ້ອງຟ້າ ເປັນຕົ້ນ. ສິ່ງເຫຼົ່ານີ້ຄືຮ່າງກາຍຂອງພຣົມ
ພຣະພຣົມສິງສະຖິດໃນສິ່ງເຫຼົ່ານີ້ ພຣະພຣົມເປັນອັນຕິມະສັດຈະທີ່ບໍ່ສາມາດອະທິບາຍໄດ້,
ເປັນສິ່ງທີບໍ່ສາມາດວັດໄດ້ ເປັນຟື້ນຖານຄວາມຣູ້ທັງປວງ, ບໍ່ຫຍາບ, ບໍ່ລະອຽດ,
ບໍ່ມີສັ້ນບໍ່ຍາວ, ປາສະຈາກກິ່ນ, ແສງ, ສີ, ສຽງ ແລະເທສະເປັນຕົ້ນ.
ສ່ວນພຣະພຣົມມີພະຊາຍາຊື່ພຣະຣັດສະວະດີ ເຊິ່ງເປັນເທພີແຫ່ງວາຈາ ແລະການສຶກສາຮໍ່າຮຽນ
ແລະຜູ້ອຸປະຖໍາສິລະປະວິທະຍາທັງປວງ.
5.2 ພຣະສິວະ
ເປັນເທບພະເຈົ້າສູງສຸດໃນໄສວະນິກາຍປະທັບຢູ່ພູເຂົາໄກລາດ
ມີໂຄນັນທະເປັນພາຫະນະ ແລະມີສິວະລຶງເປັນເຄື່ອງໝາຍຂອງພະລັງແຫ່ງການສ້າງສັນ.
5.3 ພຣະວິດສະນູ ຫຼື
ພຣະນາຣາຍ
ເທບພະເຈົ້າຜູ້ຮັກສາ ແລະ ຄູ້ມຄອງໂລກໃຫ້ເປັນສຸກຊາວຮິນດູເຊື່ອວ່າ
ພຣະນາຣາຍໄດ້ອະວະຕານລົງມາເປັນພຣະຣາມ ແລະ ພຣະກິດສະນະ,
ພຣະນາຣາຍເປັນເທບພະເຈົ້າມີພະລັງທາງທະນຸບໍາລຸງໂລກ ເມື່ອເວລາໃດໂລກເກີດຍຸກເຂັນ
ເມື່ອເວລານັ້ນພຣະນາຣາຍຈະສະເດັດໄປບໍາບັດທຸກ, ປາຍຍຸກເຂັນເອີ້ນວ່າ ອະວະຕານ.
6. ພຣະເຈົ້າສູງສຸດຂອງສາສະໜາພຣາມ - ຮິນດູ
ສາສະໜາພຣາມ-ຮິນດູ ມີໄລຍະເວລາແຫ່ງການພັດທະນາຕົນເອງມາຍາວນານສົມຄວນ
ຄວາມເຊື່ອໃນພຣະເຈົ້າສູງສຸດ ຜູ້ສ້າງໂລກໄດ້ປ່ຽນແປງໄປຕາມຍຸກສະໄໝໂດຍສະໄໝທໍາອິດເປັນສາສະໜາທີ່ມີຄວາມເຊື່ອໃນເທບພະເຈົ້າຕາມແບບສາສະໜາດັ້ງເດີມຂອງຊົນເຜົ່າພື້ນເມື່ອງ
ນັບຖືອໍານາດລຶກລັບທຸກຊະນິດທີ່ແຝງໃນທໍາມະຊາດ ຕໍ່ມາເມື່ອເກີດມີຄໍາພີພະເວດ,
ພຣະເຈົ້າກໍໄດ້ພັດທະນາປ່ຽນແປງໄປຕາມໄລຍະເວລາ
ທໍາອິດກໍເລີ່ມຈາກພຣະພຣົມຈົນໃນທີ່ສຸດໄດ້ປ່ຽນມາເປັນພຣະສິວະ ແລະ ພຣະວິດສະນຸ.
ຕໍ່ມາກໍໄດ້ມີການພັດທະນາຈາກສາສະໜາພຣາມມາເປັນຮິນດູ ຫຼືພຣາມໃໝ່
ຄໍາສອນກ່ຽວກັບພຣະເຈົ້າໄດ້ປາກົດຢູ່ໃນຮູບປະຣະມາຕະມັນ ບໍ່ມີຮູບກາບແຕ່ກໍສະແດງອອກມາເປັນ
3 ຮູບຄື: ພຣະພຣົມ, ພຣະວິດສະນຸ ແລະ ພຣະສິວະ ດັ່ງນັ້ນ ເປົ້າໝາຍສູງສຸດຂອງສາສະໜາພຣາມ-ຮິນດູ
ໃນປັດຈຸບັນນີ້ແມ່ນ ການເຂົ້າສູ່ໂມກຂະ ເຊິ່ງຜູ້ທີ່ຈະເຂົ້າເຖິງໄດ້ຕ້ອງສາມາດຫຼຸດພົ້ນກອງກິເລດ
ແລະ ກອງທຸກ ແລ້ວກໍຈະໄປເປັນໜຶ່ງດຽວກັບປະຣະມາຕະມັນໂດຍບໍ່ຕ້ອງມີການວຽນຕາຍວຽນເກີດອີກ.
7. ຫຼັກຄວາມເຊື່ອ ແລະ ຈຸດໝາຍສູງສຸດ
ສາສະໜາພຣາມ-ຮິນດູເຊື່ອວ່າພຣະພຣົມເປັນເທບພະເຈົ້າສູງສຸດ
ເປັນຜູ້ສ້າງໂລກ ແລະ ສັບພະສິ່ງຕະຫຼອດຮອດການກໍານົດໂຊກຊະຕາຂອງຄົນ ແລະ
ສັດເພາະສະນັ້ນການດໍາລົງຊິວີດຂອງແຕ່ລະຄົນຈຶ່ງເປັນໄປຕາມພຣົມລິຂິດ
ແຕ່ກໍສາມາດປ່ຽນແປງໄດ້ຫາກວ່າເຮັດໃຫ້ພຣົມເຫັນອົກເຫັນໃຈ ໂດຍການບວງສວງອ້ອນວອນ ແລະ
ເຮັດຄວາມດີຕໍ່ພຣົມ ຜູ້ທີ່ພຣົມເຫັນໃຈເມື່ອຕາຍໄປກໍຈະໄປເກີດໃຈສຸຄະຕິພູມ
ແລະຫາກຖືກໃຈທີ່ສຸດກໍຈະໄດ້ໄປປຢູ່ກັບພຣົມຊົ່ວນີລັນດອນ ແຕ່ຫາກພຣະບໍ່ຖືກໃຈກໍຈະໄດ້ໄປເກີດໃນທຸຄະຕິພູມ
ໄດ້ຮັບຄວາມທຸກເວດທະນາແສນສາຫັດ ຊາວຮິນດູເຊື່ອວ່າວິນຍານເປັນອະມະຕະຈຶ່ງບໍ່ຕາຍ
ຕາມຮ່າງກາຍທີ່ວ່າຕາຍນັ້ນເປັນພຽງວິນຍານອອກຈາກຮ່າງ ເພາະຮ່າງກາຍຊຸດໂຊມຈົນອາໄສຢູ່ບໍ່ໄດ້ເທົ່ານັ້ນ,
ແລ້ວວິນຍານກໍໄປເຂົ້າຢູ່ຮ່າງໃໝ່ ເຊິ່ງເຮົາເອີ້ນກັນວ່າເກີດໃໝ່ ກໍປຽບດັ່ງ
ຄົນເຮົານຸ່ງເສື້ອເມື່ອດົນໄປມັນກໍເກົ່າ ແລ້ວກໍໄປຫາຊຸດໃໝ່ສວມໃສ.
ສະນັ້ນຊາວຮິນດູຈຶ່ງເຊື່ອວ່າວິນຍານບໍ່ມີການຕາຍ ການທີເກີດຕາຍເປັນພຽງຮ່າງກາຍເທົ່ານັ້ນ.
ການທີ່ວິນຍານໄປສູ່ຮ່າງໃໝ່ນັ້ນເອີ້ນວ່າສັງສາຣະວັດ ຕາບໃດທີ່ຍັງບໍ່ຫຼຸດພົ້ນຄື ໂມກຂະ
ເພາະໂມກຂະເປັນຈຸດສູງສຸດຂອງຊີວິດ ຜູ້ເຂົ້າເຖິງໂມກຂະຄືຜູ້ທີ່ໄດ້ເປັນໜຶ່ງກັບພຣົມ
ບໍ່ຕ້ອງວຽນວາຍວຽນເກີດອີກ
ສ່ວນການປະຕິບັດເພື່ອຄວາມຫຼຸດພົ້ນນັ້ນຈະຕ້ອງປະຕິບັດຕາມຫຼັກການ 4 ຢ່າງຄື:
1)
ກໍມະມັກຄະ ( ກໍາມະໂຍຄະ ) ການປະຕິບັດດ້ວຍການປະກອບການງານຕາມໜ້າທີ່ດ້ວຍຄວາມຂະຫຍັນຂັນແຂງ
ແຕ່ເຮັດດ້ວຍຈິດໃຈສະຫງົບ ບໍ່ຫວັງຜົນຕອບແທນໃດໆຜູ້ປະຕິບັດແບບນີ້ເອີ້ນວ່າ ກໍາມະໂຍຄິນ.
2)
ຊະຍານມັກຄະ (ຊະຍານໂຍຄະ)
ການປະຕິບັດເພື່ອໃຫ້ເກີດຄວາມຮູ້ແຈ້ງເຫັນຈິງຂື້ນມາວ່າປະຣະມາຕະມັນເປັນສິ່ງດຽວທີ່ມີຢູ່
ວິນຍານສ່ວນບຸກຄົນ (ອາຕະມັນ ) ເປັນສິ່ງໜຶ່ງສິ່ງດຽວກັບປະຣະມາຕະມັນ ຫຼືວິນຍານສາກົນ
ການສ້າງຍານດັ່ງກາ່ວໃຫ້ເກີດຂື້ນໄດ້ນັ້ນຕ້ອງດໍາເນີນຕາມຫຼັກ 4 ປະການຄື:
1.
ຈໍາແນກໃຫ້ຄວາມແຕກຕ່າງລະຫວ່າງສິ່ງທີ່ເປັນຈິ່ງ
ແລະ ສິ່ງທີ່ບໍ່ເປັນຈິ່ງທີ່ເອີ້ນວ່າ ວິເວກະ
2.
ບໍາເພັນເນກຂໍາມະ
ຄືການສະລະຈາກໂລກິຍະສຸກທັງມວນ ທີ່ເອີ້ນກັນວ່າ ໄວຣາຄະຍະ
3.
ປູກຝັງຄຸນນະທໍາ
4 ປະການຄື: ຄວບຄຸມກາຍ ແລະປະສາດທັງຫ້າຄວບຄຸມບໍ່ໃຫ້ປະສາດທັງ ຫ້າ
ທີ່ຄວບຄຸມໄດ້ແລ້ວກັບຕົກໄປເປັນທາດຂອງອາລົມຕ່າງອີກ, ອົດກັ້ນອາລົມຕ່າງໆຈົນເຖິງທີ່ສຸດ,
ເຮັດໃຫ້ຈິດໃຈເປັນສະມາທິຢ່າງສົມບູນ ແລະມີຄວາມຈົງຮັກພັກດີທີ່ເອີ້ນວ່າ ສະລົມປັດ
4.
ໃຝ່ຝັນເຖິງຄວາມຫຼຸດພົ້ນ
( ໂມກຂະ ) ທີ່ເອີ້ນກັນວ່າ ມຸມຸກສຸຕະວະ ຜູ້ປະຕິບັດເອີ້ນວ່າ ຊະຍານໂຍຄິນ.
3)
ພັກຕິມັກຄະ ( ພັກຕິໂຍຄະ) ເປັນທາງປະຕິບັດຄືການປູກຝັງສັດທາ ແລະ
ຄວາມຈົງຮັກພັກດີຕໍ່ເທບພະເຈົ້າທີ່ຕົນເຄົາລົບ ຜູ້ປະຕິບັດແບບນີ້ເອີ້ນວ່າ ພັກຕິໂຍຄິນ.
4)
ຣາຊະມັກຄະ ເປັນທາງປະຕິບັດກ່ຽວກັບການເຝິກທາງໃຈ
ເນັ້ນການບັງຄັບໃຈໃຫ້ຢູ່ໃນອໍານາດດ້ວຍການບໍາເພັນໂຍຄະກິຣິຍາ ຜູ້ປະຕິບັດແບບນີ້ເອີ້ນວ່າ
ຣາຊະໂຍຄິນ.
8. ພິທີກໍາທີ່ສໍາຄັນ
ສາສະໜາພຣາມ - ຮິນດູ
ເປັນສາສະໜາທີມີພິທີກໍາເປັນສ່ວນປະກອບທີສໍາຄັນຢ່າງໜຶ່ງຂອງສາສະໜາເພາະວ່າຊາວຮິນດູທຸກວັນນະນັ້ນຂະນົບທໍານຽມປະເພນີ
ທັງສ່ວນສະເພາະ ແລະ ສວ່ນລວມທີ່ຕອ້ງປະພຶດພ້ອມກົດປະເພນີທີ່ກໍານົດໃວ້ສະເພາະວັນນະຂອງຕົນ
ແລະ ກົດປະເພນີສວ່ນລວມທີ່ຈໍາເປັນຕ້ອງປະຕິບັດທຸກຊັ້ນວັນນະ ຂໍ້ປະຕິບັດ ແລະ ພິທີກໍາຂອງຊາວຮິນດູແບບອອກເປັນ
4 ໝວດຄື:
8.1 ຂໍ້ປະຕິບັດກ່ຽວກັບວັນນະ
ເປັນຂໍ້ປະຕິບັດທີເຄັ່ງຄັດປະກອບມີ:
1) ການແຕ່ງງານ
ຜູ້ຈະແຕ່ງງານກັນໄດ້ ຈະຕ້ອງຢູ່ໃນວັນດຽວກັນ ຈະແຕ່ງງານໃນວັນນະຕ່າງກັນບໍ່ໄດ້
ຂະໜາດວ່າວັນນະດຽວກັນຍັງຈໍາຈັດທາງດ້ານວົງຕະກູນ ແລະ ໂຄດອີກ ຫາກຜູ້ໃດຫາກຝ່າຝືນມີໂທດຖືກປະຫານຊິວີດ
ຫຼືຖືກຕັດຈາກໂຄດ ຈາກວັນນະເຊິ່ງຜູ້ນັ້ນຈະບໍ່ມີໃຜຄົບສະມາຄົມ ເຖິງແມ່ນວ່າລູກຫຼານ ແລະ
ພັນລະຍາກໍລັງກຽດບໍ່ຍ່ອມຄົບສະມາຄົບດ້ວຍ.
2) ອາຫານການກິນ
ຊາວຮິນດູມີກໍານົດໃວ້ວ່າອັນໃດຄວນກິນ ແລະ ບໍ່ຄວນກິນ ສໍາລັບວັນນະນັ້ນໆ.
ອາຫານຄວນກິນຮ່ວມກັບວັນນະອື່ນ, ຄົນວັນນະສູງບໍ່ຄວນກິນອາຫານວັນນະຕໍ່າກວ່າປຸງແຕ່ງ,
ແຕ່ສິ່ງຂອງຈໍາເປັນທີ່ຈະຕ້ອງໃຊ້ຮ່ວມກັນຍັງເປັນເຂດກັນເຊັ່ນ: ຫ້ວຍ, ໜອງນໍ້າ
ເຊິ່ງແຕ່ລະວັນນະຕ້ອງຫ່າງກັນ 99 ກ້າວ 15 ກ້າວ 12 ກ້າວເປັນຕົ້ນ.
3) ການປະກອບອາຊີບ ພວກພຣາມມີອາຊີບເປັນນັກບວດ
ຫຼື ຄູອາຈານ ແລະປະກອບພິທີກໍາ ພວກກະສັດເປັນນັກປົກຄອງ ເບິ່ງແຍງຄວາມສຸກທຸກຂອງປະຊາຊົນ
ພວກແພດເປັນພໍ່ຄ້າຊາວຂາຍ ແລະເຮັດການກະສິກໍາ ສ່ວນພວກສູດເປັນກໍາມະກອນ.
4) ການຕັ້ງບ້ານເຮືອນ
ຕາມກົດດັ້ງເດີມແລ້ວຫ້າມບໍ່ໃຫ້ໄປຕັ້ງຖິ່ນຖານນອກປະເທດອິນເດຍ ແລະ
ຫ້າມໂດຍສານໄປທາງທະເລ.
ແຕ່ປັດຈຸບັນນີ້. ຂໍ້ປະຕິບັດກ່ຽວກັບວັນນະທັງ
4 ດັ່ງທີ່ກ່າວມານັ້ນ ຕັ້ງແຕ່ເດີມຊາວຮິນດູປະຕິບັດກັນຢ່າງເຄັ່ງຄັດ
ແຕ່ປັດຈຸບັນຄົນຊັ້ນສູງ ຫຼື ຜູ້ໄດ້ຮັບການສຶກສາປັດຈຸບັນນີ້ ບໍ່ຄ່ອຍຖືກັນເທົ່າໃດແລ້ວ.
8.2 ພິທິປະຈໍາຄອບຄົວ
ໃນຄໍາພິມາວະນະທໍາມະສາດ ໄດ້ກໍານົດພິທິສັງສະການ ເປັນພິທີປະຈໍາຄອບຄົວໃວ້ 12
ຢ່າງທີ່ຄົນໃນວັນນະກະສັດ,ວັນນະພຣາມ ແລະ ວັນນະແພດຈະຕ້ອງເຮັດ.
8.3 ພິທິສຣາດ
ພິທິເຮັດບຸນອຸທິດໃຫ້ບິດາມານດາ ຫຼື ບັນພະບຸລຸຸດຜູ້ລ່ວງລັບໄປແລ້ວ ໃນເດືອນ 10
ຕັ້ງແຕ່ວັນແຮມ 1 ຄໍ່າຫາແຮມ 15 ຄໍ່າ ໂດຍມີລັກສະນະ ແລະຂັ້ນຕອນຄື:
1) ການບູຊາທີ່ເຮັດດ້ວຍເຂົ້າບິນດະ ຄື ກ້ອນເຂົ້າໜຶ້ງ
ໂດຍໃຫ້ລູກຊາຍຂອງຜູ້ຕາຍເປັນຜູ້ເຮັດພິທີບວງສວງບູຊາ
ເພາະມີຄວາມເຊື່ອວ່າຜູ້ຊາຍສາມາດຊ່ວຍໃຫ້ຜູ້ທີລ່ວງລັບໄປນັ້ນພົ້ນຈາກນະຣົກ ຂຸມປຸດຕະ
ໂດຍເຮັດກ່ອນວັນທີ່ເອົາສົບໄປເຜົາ ແລະເຮັດໄປຈົນຮອດ 10 ມື້ ຫຼື 11 ມື້ ແລະວັນທີ 11
ນັ້ນເປັນມື້ ແລະວັນທີ 11ນັ້ນເປັນມື້ທີ່ຍາດທັງຫຼາຍມາລວມຕົວກັນ ໂດຍພີ່ນ້ອງທາງຝ່າຍພໍ່
ແລະພີ່ນ້ອງທາງແມ່ເຊິ່ງນັບເປັນ 3 ຊົ່ວຄົນ ແລະນັບລົງມາ 3
ຊົ່ວຄົນເຂົ້າຮ່ວມພິທີດ້ວຍເອີ້ນວ່າ ສະປິນດະ ແປວ່າ ຮ່ວມເຮັດພິທີກ້ອນເຂົ້າໜຶ່ງ.
2) ການເຮັດພິທິອຸທິດໃຫ້ບິດາມານດາ
ຫຼື ບັນພະບຸລຸດຜູ້ລ່ວງລັບໄປແລ້ວຕ້ອງເຮັດເດື່ອນລະຄັ້ງຕະຫຼອດ 1 ປີ.
8.4 ພິທີບູຊາເທວະດາ
ພິທີການບູຊາເທບນັ້ນມີຄວາມແຕກຕ່າງກັນອອກໄປຕາມວັນນະ
ບຸກຄົນທີ່ຢູ່ວັນນະສູງມີພິທີບູຊາຄື:
1)
ສູດມົນພາວະນາ
ສະໜານກາຍຊໍາລະ ແລະ ສັງເວີຍເທວະດາທຸກວັນ ສໍາລັບຜູ້ເຄັ່ງຄັດສາສະໜາຕ້ອງເຮັດເປັນກິດຈະວັດ,
ສ່ວນພວກທີ່ໄດ້ການສຶກສາສະໄໝໃໝ່ບໍ່ຄ່ອຍຈະປະຕິບັດ,
2)
ພິທິສົມໂພດ,
ຖືສີນ ແລະວັນສັກສິດ ເຊັ່ນ: ລັກສະໝີບູຊາ ບູຊາເຈົ້າແມ່ລັກສະໝີ, ສະຣັດສະວະດີ
ວັນບູຊາເຈົ້າແມ່ສະຣັດສະວະດີ,
ທຸຣະຄາບູຊາວັນເຈົ້າແມ່ທຸຣະຄາ ເປັນຕົ້ນ. ເຊິ່ງແຕກຕ່າງກັນອອກໄປຕາມແຕ່ລະນິກາຍ
ແລະ ທ້ອງຖິ່ນ.
3)
ການໄປນະມັດສະການບໍາເພັນກຸສົນຕາມເທວາໄລຕ່າງເພື່ອສະແດງຄວາມເຄົາລົບເທບພະເຈົ້າທີ່ຕົນນັບຖື.
8.5 ວັນສໍາຄັນທາງສາສະໜາ
ເດືອນ:5
ນີ້ຈັດໄດ້ວ່າເປັນວັນເປີດສັກກະລາດໃໝ່ຕາມປະຕິທິນໂຫລາສາດຂອງສາສະໝາພຣາມ-ຮິນດູເຊິ່ງກົງກັນກັບວັນຂື້ນ
1 ຄໍ່າເດືອນ 5 ຈົນເຖິງຂື້ນ 9 ຄໍ່າກົງກັບນະວະຣາຕີ ຜູ້ທີ່ເຄົາລົບບູຊາເຈົ້າແມ່ອຸມາຈະເຮັດພິທີການບູຊາເຈົ້າແມ່ທັງ
9 ປາງ ໃນແຕ່ລະຄືນ ເມື່ອສໍາເລັດແລ້ວຈຶ່ງຈະພາໄປບູຊາໄຟ ແລະເຊີນເອົາເດັກນ້ອຍຜູ້ຍິງອາຍຸບໍ່ກາຍ
10 ຂວບ 9ຄົນ ໂດຍເລີ່ມແຕ່ 2 ຂວບຂື້ນໄປຕາມລໍາດັບຈົນຄົບ 9 ປາງມາຮ່ວມພິທີ
ຜູ້ທີມາຮ່ວມງານກໍຈະມອບສິ່ງຂອງໃຫ້ແກ່ເດັກນ້ອຍທັງ 9 ຄົນນັ້ນກ
ເດືອນ6: ໃນເດືອນນີ້ຈະມີການບູຊາພຣະວິດສະນຸໃນວັນຂື້ນ 3
ຄໍ່າ ແລະຂື້ນ 14 ຄໍ່າ, ສ່ວນວັນ 15 ຄໍ່າເດືອນ 6
ເຊິ່ງເຊື່ອກັນວ່າເປັນວັນສູນກາງຂອງສົງການ ເປັນວັນເພັງທໍາອິດຂອງ ເປັນວັນສໍາຄັນຫຼາຍ
ປາຊົນຈຶ່ງເຮັດພິທີການບູຊາໄຟ ແລະເຮັດບຸນຕາມປະເພນີຕາມຕະກູນຂອງຕົນ.
ເດືອນ 7: ຂື້ນ 10 ຄໍ່າ ເດືອນ 7 ເປັນວັນບູຊາພຣະວິດສະນຸ
ມີການອົດອາຫານ ແລະນໍ້າ 1 ມື້ ຂື້ນ 15 ຄໍ່າເດືອນ 7 ເປັນວັນເລີ່ມຂອງການເຂົ້າພັນສາ
ນັກບວດຜູ້ທີ່ເປັນສັນຍາສີຈະຕ້ອງຢູ່ປະຈໍາທີ່ 4ເດືອນ ເພາະເປັນລະດູຝົນ
ນອກຈະບໍ່ສະດວກໃນການເດີນທາງແລ້ວຍັງມີແມ້ງໄມ້ເກີດຂື້ນມາຫຼາກຫຼາຍຊະນິດເປັນການງົດເວັ້ນຈາກການຢຽບຢໍ່າສັດ
ບໍ່ໃຫ້ມີບາບດ້ວຍ.
ເດືອນ 8 ຂື້ນ 2 ຄໍ່າ ມີການແຫ່ຮູບພຣະວິດສະນຸ
ໂດຍສະເພາະຄົນໃນແຄວ້ນອັດສໍາມີການສະຫຼອງຢ່າງໃຫ່ຍໂຕມະໂຫລານ ຂື້ນ 15 ຄໍ່າເປັນມືໄຫວ້ຄູ
ເດືອນ 9 ຂື້ນ 5 ຄໍ່າເອິີ້ນວ່າວັນນາຄະປັນຈະມີ
ເປັນການບູຊານາກດ້ວຍນໍ້ານົມ ຖ້າຫາກວ່າງູກິນຂອງຜູ້ໃດຜູ້ນັ້ນຈະບໍ່ໄດ້ຮັບອັນຕະລາຍຈາກງູເປັນເວລາ
1 ປີ.
ແຮມ 4 ຄໍ່າ ເປັນວັນບູຊາພຣະພິຄະເນດ ຕ້ອງອັດອາຫານຈົນແລ້ວພິທີ
ແລະດວງເດືອນຂື້ນຕອນໃດຈຶ່ງສາມາດກິນອາຫານໄດ້
ແຮມ 6 ຄໍ່າ ເປັນວັນບູຊາພຣະສຸຣິຍະເທບ ສວ່ນ ແຮມ 8
ຄໍ່າບູຊາພຣະກິດສະນະດ້ວຍການອົດອາຫານຈົນເຖິງຕອນເລິກຈຶ່ງສາມາດກິນອາຫານໄດ້.
ເດືອນ 10 ຂື້້ນ 3 ຄໍ່າ ເປັນວັນສໍາຄັນຂອງແມ່ອຸມາ
ອລະພຣະສິວະ ເຊື່ອວ່າຜູ້ຍິ່ງຜູ້ໃດຫາກບໍາເພັນຕະບະໃນວັນນີ້ຈະໄດ້ຜົວທີ່ດີ
ແລະຢູຮ່ວມກັນຢ່າງມີຄວາມສຸກ ເພາະເປັນວັນທີ່ເຈົ້າແມ່ອຸມາໄດ້ບໍ່ເພັນຕະບະອ້ອນວອນຂໍແຕ່ງດອງກັບສິວະຈົນໄດ້ຮັບການຕົກລົງຮັບສັນຍາພ້ອມຜູ້ທີ່ບໍາເພັນຕະບະໃນວັນນີ້ຢູ່ຢ່າງມີຄວາມສຸກ
ຂື້ນ 11 ຄໍ່າ
ເປັນວັນສາສະນິກະຊົນບູຊາສັກກາລະດວງວິນຍານຂອງບັນພະບຸລຸດທີ່ລ່ວງລັບໄປແລ້ວ
ແລະມີການເຊີນພວກສັນຍາສີມາສັນອາຫານທີ່ເຮືອນຂອງຕົນເອງ.
ເດືອນ 11 ໃນເດືອນນີ້ຕັ້ງແຕ່ຂື້ນ 1 ຄໍ່າຈົນຮອດ ຂື້ນ 9
ຄໍ່າ ເປັນວັນນະວະລາຕີ ມີການເຮັດພິທີບູຊາ 9 ມື້ 9 ຄືນ ຄືກັນກັບເດືອນ 5 ສ່ວນມື້ຂື້ນ
10 ຄໍ່າ ເປັນມື້ບູຊາເຈົ້າແມ່ອຸມາ
ໂດຍສະເພາະວັນນະກະສັດຕ້ອງບູຊາເປັນພິເສດເພາະເຊື່ອວ່າການບູຊາມື້ນີ້ຈະເຮັດໃຫ້ຜູ້ບູຊາໄດ້ຮັບໄຊຊະນະພາຍໃນ
1 ປີ.
ຂື້ນ 15 ຄໍ່າ ໃນຕອນກາງຄືນພວກພຣາມ
ແລະຜູ້ທີ່ສາສະໜາຮິນດູມີການບູຊາພຣະວິດສະນຸດ້ວຍສິ່ງຂອງທີ່ເປັນສີຂາວ
ແຮມ 13 ຄໍ່າ ເປັນວັນບູຊາເຈົ້າແມ່ລັກສະໝີ, ພຣະພິຄະເນດ
ພຣະພິຄະເນດ, ພຣະກຸເວຣະ ,ພຣະສະຣັດສະວະດີ, ພຣະອິນເມື່ອບູຊາແລ້ວຕ້ອງໄປຊື້ເຄື່ອງນຸ່ງ
ແລະເຄື່ອງຂອງໃຊ້ໃໝ່ໆມາໃຊ້ ຈະເປັນສິຣິມຸງຄຸນແກ່ຕົນເອງ.
ແຮມ 14 ຄໍ່າ ພວກພຣາມມີການບູຊາພຣະຍາຍົມ ຕອນກາງຄືນມີການຈູດປະທີບ
ເພື່ອຖວາຍພຣະຍາຍົມເມື່ອຕາຍໄປຈະບໍ່ຕົກນະຮົກ
ແຕ່ຜູ້ທີ່ເຮັດກໍາໜັກເມື່ອຕົກນະຮົກກໍຈະມີໄພນໍາທາງທີເປັນຜົນມາຈາກການຈູດປະທີບຖວາຍພຣະຍົມນັ້ນ.
ເປັນວັນເກີດຂອງຫະນຸມານ ເຊື່ອກັນວ່າເປັນປາງໜຶ່ງຂອງພຣະສິວະ ແຮມ 15
ຄໍ່າເປັນວັນບູຊາເທບທັງ ຫ້າ ອົງ ແລະເປັນວັນບູຊາພຣະລັກສະໝີ
ເດືອນ 12 ຂື້ນ 1 ຄໍ່າ
ເປັນວັນຖວາຍອາຫານເທບພະເຈົ້າດ້ວຍເຄື່ອງບູຊາ 56 ຢ່າງ ຂື້ນ 2 ຄໍ່າເປັນວັນທີ່ອ້າຍ
ຫຼືນ້ອງຊາຍຕ້ອງໄປກິນເຂົ້າຢູ່ບ້ານນ້ອງສາວ ຫຼືເອື້ອຍ ແລະ ຕ້ອງມີຂອງຂວັນໄປໃຫ້ພ້ອມ
ຈາກນັ້ນ ເອື້ອຍ ຫຼື ນ້ອງສາວກໍຈະມີການ ມີການແປະໜ້າຜາກເພື່ອໃຫ້ເປັນສິຣິມຸງຄຸນ. ຂື້ນ
12 ຄໍ່າ ເປັນວັນບູຊາ ພຣະວາມະນະ ເປັນປາງ ໜຶ່ງຂອງພຣະະວິດສະນູ. ຂື້ນ 15 ຄໍ່າ
ເປັນວັນບູຊາພຣະວິດສະນຸ
ເດືອນ 1 ຂື້ນ15 ຄໍ່າເປັນວັນບູຊາພຣະວິດສະນຸ
ແລະຖວາຍປະທີບແກ່ເທບພະເຈົ້າໃນເທວາໄລ. ຂື້ນ 6 ຄໍ່າ ຮອດແຮມ 6 ຄໍ່າ
ເປັນວັນພຣະຣາຊະພິທີຍໍາປະວາຍ ເປັນພິທິເລີມລະດູປູກຝັງໂດຍບູຊາພຣະອິສວນ ແລະ ພຣະນາຣາຍ.
ເດືອນ 3 ຄໍ່າ 5 ຄໍ່າ ບູຊາພຣະສະຣັດສະວະດີເຮັດໃຫ້ເກີດ
ມີສະຕິປັນຍາດີຂື້ນ ແລະບູຊາກາມະເທບ ພ້ອມດ້ວຍພຣະວິດສະນຸ
ປະຊາຊົນມີການລ້າງບາບຢູ່ແມ່ນໍ້າ. ຂື້ນ 15 ຄ່ໍາ
ເປັນວັນວັນບູຊາເທບພະເຈົ້າຕາມເທບທີ່ຕົນສັດທາ ເວົ້າງ່າຍໆວ່າວັນບູຊາເທບທັງໝົດ. ແຮມ 14
ຄໍ່າ ເປັນວັນສິວະລາຕີ ພວກພຣາມມີການບູຊາພຣະສິວະໝົດມື້ໝົດຄືນ ພ້ອມທັງອົດເຂົ້ານໍ້າ ລະ
ອົດນອນ.
ເດືອນ 4 ຂື້ນ 15 ຄໍ່າ
ເປັນວັນເອົາສິ່ງຂອງສົກກະປົກຮົກເຮື້ອຕ່າງໆ . ແຮມ 1 ຄໍ່າ ເອີ້ນວ່າວັນໂຣລີ
ມີຫານຫຼີ້ນນໍ້າສີ ເພື່ອເປັນການລ້າງໂລກພະຍາດ
ວັນນີ້ເປັນວັນຕຸດສົງການຂອງຊາວຮິນດູນັ້ນເອງ ເຊິ່ງເປັນວັນທີ່ສະໜຸກສະໜານ
ສາມາດຫຼີ້ນໄດ້ທຸກວັນນະ ໂດຍສະເພາະວັນນະສູດເປັນວັນທີ່ສໍາຄັນ ແລະ ວັນທີ່ປາຖະໜາທີ່ສຸດຂອງພວກເຂົາ.
ແຮມ 15 ຄໍ່າ
ເປັນວັນສຸດທ້າຍແຫ່ງປີຂອງສາສະໜາພຣາມ-ຮິນດູ
9. ນິກາຍໃນສາສະໜາ
ສາສະໜາພຣາມ-ຮິນດູ ເປັນສາສະໜາທີ່ມີຫຼາກຫຼາຍນິກາຍ
ແຕ່ໃຫ້ທີນີ້ຈະສະເໜີພຽງນິກາຍໃຫ່ຍໆເທົ່ານັ້ນ,
ເຊິ່ງນິກາຍທີ່ມີຜູ້ຄົນນັບຖືຫຼາຍທີ່ສຸດນັ້ນມີ 3 ນິກາຍຄື: ນິກາຍໄວສະນະວະ,ນິກາຍໄສວະ
ແລະນິກາຍສັກຕິ ເຊິ່ງມີລາຍລະອຽດຄື:
9.1 ນິກາຍໄວສະວະນະ ຫຼື
ໄວສະນະພຣະ ເປັນນິກາຍທີ່ໃນເລື່ອງອະວະຕານຂອງພະນາລາຍ ພຣະນາລາຍໄດ້ອະວະຕານ ເຖິງ 24
ເທື່ອ ເພື່ອຊວ່ຍມະນຸດໃນຍາມທຸຸກຍາກ.ນິກາຍທີ່ເຄົາລົບບູຊາພຣະຣາມ. ພຣະກິດສະນະ,ຫະນຸມານ
ແລະພຣະພຸດທະເຈົ້າໂດຍອ້າງວ່າພຣະພຸດທະເຈົ້າເປັນປາງທີ 5 ຂອງພຣະນາລາຍ
ເຊິ່ງນິກາຍນີ້ບໍ່ຄອຍເນັ້ນພິທີກໍາ ເອີ້ນຕົນເອງວ່າເປັນສາສະໜາຮິນດູ,
ເຄົາລົບບູຊາເທບພະເຈົ້າຕ່າງໆ ແລະຄະຕິນິຍົມແບບເທວະນິຍົມ.
ນິກາຍໄວສະນະວະນີ້ມີການຂີດໜ້າຜາກໃຫ້ເປັນຮ່ອຍຄືເພິ່ນເອີ້ນວ່າການເຈີມໃຫ້ເປັນ
3 ຈຸດ ເປັນເຄື່ອງໝາຍທີ່ສະແດງວ່າມີຄວາມເຄົາລົບພຣະວິດສະນຸ,
ນິກາຍນີ້ມີອິດທິພົນສູງສຸດໃນພາກເໜືອຂອງອິນເດຍ ແລະ
ບໍລິເວນແຄມຝັ່ງທະເລເຂດຕາເວັນຕົກນະຄອນບອມເບ. ການເຄົາລົບພຣະວິດສະນຸນີ້ມີຫຼັກການປະຕິບັດແບບລັດທິພັກຕິ
( ການເສຍສະລະ ) ຫຼາຍກວ່າການເຂົ້າຊານ.
ຄໍາພິທີ່ສໍາຄັນຂອງນິກາຍນີ້ແມ່ນ ຄໍາພິສັງຫິຕາ (
ປະມວນບົດສູດສັນລະເສີນເທບພະເຈົ້າໃນພິທີບູຊາຍັນ) ຄໍາພີຣາມະຍະນະ ແລະພຣະຄະວັກຄີຕາ.
ຄໍາພິຮາມະຍະນະ ແລະ ພຣະຄະວັດຄິຕາ.
ຄໍາພີພຣະຄະວັດຄີຕາ ມີສາລະທີ່ສໍາຄັນຢູ່ 2 ຢ່າງຄື:
1.
ສະດຸດີພຣະກິດສະນະໃນຖານະທີ່ເປັນອົງບໍລົມຂອງພຣາມ
ເປັນຜູ້ທີ່ລືສີທັງປວງຕັ້ງໃຈພາວະນາເພື່ອໃຫ້ເຂົ້າໃຈເຖິງພຣະອົງ.ສໍາລັບປະຊາຊົນອາດເຂົ້າເຖິງພຣະອົງໄດ້ດ້ວຍການບູຊາ
ແລະການສູດມົນອ້ອນວອນ
2.
ຫຼັກກໍາມະໂຍຄະ
ຄືສອນໃຫ້ມະນຸດທີ່ມີຄວາມປະສົງຈະເປັນຄາລາວາດ,ປະກອບຄວາມພຽນກໍາຈັດຄວາມຢາກທີ່ເປັນຕົ້ນເຫດຂອງກໍາ
ກໍສາມາດບັນລຸຄວາມຫຼຸດພົ້ນໄດ້ເຊັ່ນກັນ.
ຄະນາຈານທີສໍາຄັນ ເຮັດໃຫ້ນິກາຍໄວສະນະວະໝັ້ນຄົງ
ແລະຮຸ່ງເຮື່ອງໃນພາກໃຕ້ຂອງອິນເດຍມີຄື:
1)
ນາຖະມຸນີ
ຜູ້ນໍາຄົນທໍາອິດຂອງນິກາຍໄວສະນະວະ
2)
ອາລະວານ
ຄືຄະນາຈານ 12 ຄົນ ທີ່ໃຫ້ກໍາເນີດພຣະເວດພາສາທະມິນ
3)
ຣາມານຸຊະ
ສິດຄົນໜຶ່ງຂອງຄະນາຈານອາລະວານ
ນິກາຍໄວສະນະວະຕໍ່ມາໄດ້ແຕກແຍກອອກເປັນ
2 ນິກາຍຄື: ນິກາຍຝ່າຍເໝືອເອີ້ນວ່າ ວັດຄະໄລ ແລະນິກາຍຝ່າຍໃຕ້ເອີ້ນວ່າ ເຕນະຄະໄລ.
9.2 ນິກາຍໄສວະ
ເປັນນິກາຍທີ່ຖືພຣະສິວະ. ນິຍົມໃຊ້ຂີ່ເທົ່າສີຂາວ ຫຼື
ສີຂີ້ເທົ່າຂຽນເປັນເສັ້ນນອນຊື່ສາມເສັ້ນທີ່ໜ້າຜາກ, ຈຸດໝາຍອັນສູງສຸດຄືໂມກຂະ
ເປັນທໍາຂັ້ນບັນລຸທໍາ ເຂົ້າເຖິງຄວາມເປັນໜຶ່ງດຽວກັບພຣະສິວະ,
ເຊິ່ງພວກເຂົາປະຕິບັດແບບອັດຕະກິລົມຖານຸໂຍກ ເຊິ່ງພຣະພຸດທະເຈົ້າກໍເຄີຍປະຕິບັດມາແລ້ວ.
ພຣະສິວະເປັນເທບພະເຈົ້າແຫ່ງການທໍາລາຍລ້າງ ແລະ
ເທບພະເຈົ້າແຫ່ງການສືບພັນດ້ວຍຮູບສິວະລຶງ ຄືຮູບອະໄວຍະວະຜູ້ຊາຍ
ເຊິ່ງເປັນສັນຍະລັກຂອງການກໍາເນີດ,
ມີຮູບສິວະລຶງເຮັດດ້ວຍຫີນຕັ້ງຢູ່ໃນໂບດເປັນທີ່ນິຍົມເຄົາລົບບູຊາ.
ມີເລື່ອງເລົ່າກັນມາວ່າຈາກຮູບຮ່າງຄືກັບອະໄວຍະວະເພດນີ້ເອງ ພຣະສິວະຈຶ່ງປາກົດອອກມາພ້ອມກັບພຣົມ
ແລະ ພຣະວິດສະນຸ ເຊິ່ງເທບພະເຈົ້າທັງ 3 ອົງນີ້ອອກມາຈາກສະພາບສູງສຸດຄືພຣະພຣົມ ຫຼື
ປະຣະມາຕະມັນ.
ນິກາຍໄສວະໄດ້ແບ່ງອອກເປັນນິກາຍຍ່ອຍອີກຫຼາຍນິກາຍເຊັ່ນ:
ນິກາຍຕີທັນຫີນ ( ນິກາຍນີ້ແບ່ງຍ່ອຍອອກໄປອີກ 10 ນິກາຍ ) ແລະ ນິກາຍທົດສະມານພວກທີ່ນັບຖືນິກາຍນີ້ລ້ວນແຕ່ງເປັນນັກພົດ
. ຄໍາພີທີ່ສໍາຄັນຂອງນິກາຍນີ້ແມ່ນ:
1)
ຄໍາພີອາຕະມະ
( ບົດສູດເປັນຄາຖາອາຄົມ, ບົດຕອບໂຕ້ລະຫວ່າງພຣະສິວະກັບພຣະອຸມາ)
2)
ຄໍາພີໂຕລະກາບປີລໍາ
( ພາສາທະມິນ)
3)
ຄໍາພີມະຫາພາຣະຕະ
ແລະເສວະຕັດສະວະນາ ( ພາສາສັນສະກຣິດ )
ນິກາຍໄສວະນີ້ໄລຍະຕໍ່ມາໄດ້ແຍກອອກເປັນ
2 ນິກາຍໃຫຍ່ຄື:
1)
ນິກາຍຝ່າຍເໜືອເອີ້ນວ່າກັດສະມີໄສວະຜູ້ນໍາເຊື່ວ່າວະສຸຄຸດຕະ,ນິກາຍນີ້ເຊື່ອວ່າພຣະສິວະເປັນເທບພະເຈົ້າສູງສຸດພຽງອົງດຽວ
ແລະແຝງຢູ່ທຸກສິ່ງທຸກຢ່າງໃນໂລກ.
2)
ນິກາຍຝ່າຍໃຕ້
ເອີ້ນວ່າສິງຄາຍັດ ຜູ້ນໍາຊື່ວ່າ ລະກຸລີຕະ, ນິກາຍນີ້ນັບຖືອະວະຕານຂອງພຣະສິວະ ເຊື້ອວ່າຜູ້ນໍານິກາຍຂອງເຂົາຄືອະວະຕານຂອງພຣະສິວະ.
9.3 ນິກາຍສັກຕິ ນິກາຍນີ້ນັບຖືມະເຫສີຂອງຈອມເທບທັງ 3 ອົງ
ຄື: ພຣະນາງສຸຣັດສະວະດີ ມະເຫສີຂອງພຣະພຣາມ, ພຣະນາອຸມາ ມະເຫສີຂອງພຣະສິວະ
ແລະພຣະນາງລັກສະໝີ ມະເຫສີຂອງພຣະວິດສະນຸ. ຄໍາວ່າສັກຕິ ແປວ່າອໍານາດ ຫຼືສະມັນຖະນະ ຫຼື
ພະລັງ ໝາຍເຖິງພະລັງທີ່ນໍາຄວາມສໍາເລັດດັ່ງປາຖະໜາມາໃຫ້ຜູ້ທີ່ນັບຖືສັກຕິ
ເພາະເຊື່ອທຸກສິ່ງໃນໂລກລ້ວນແຕ່ມີຂອງຄູ່ກັນເຊັ່ນ: ມີຮ້ອນກໍຕ້ອງມີໜາວ, ມືດ-ແຈ້ງ
ສຸກ-ທຸກເປັນຕົ້ນ ດັ່ງນັ້ນ. ເມື່ອມີເທບຝ່າຍຊາຍກໍຕ້ອງມີເທບຝ່າຍຍິງເປັນຂອງຄູ່ກັນ
ເທບຝ່າຍຊາຍຈະເກັ່ງກ້າສາມາດ ຫຼືສູງສົ່ງພຽງໃດນັ້ນຂື້ນກັບມະເຫສີຂອງພຣະອົງນັ້ນໆຄອຍສົ່ງເສີມຢູ່
ອີກຢ່າງ ການທີ່ອ້ອນວອນເທບຝ່າຍຊາຍໃຫ້ຊ່ວຍເຫຼືອ ເພື່ອໃຫ້ສໍາເລັດຕາມຈຸດປະສົງ,
ຕາມຄວາມປາຖະໜານັ້ນເປັນສິ່ງທີ່ເຮັດໄດ້ຍາກ ເພາະຜູ້ຊາຍໃຈແຂງກວ່າຜູ້ຍິງຫຼາຍເທົ່າ
ຈຶ່ງຄວນເຂົ້າທາງມະເຫສີຂອງເທບອົງນັ້ນໆຈະໄດ້ຜົນດີກວ່າ ງ່າຍກວ່າ ມີຄວາມຫວັງຫຼາຍກວ່າ.
ສະນັ້ນ. ຈຶ່ງເຮັດໃຫ້ມີນິກາຍສັກຕິຂື້ນມາ ແຕ່ມືຜູ້ທີ່ນັບຖືນິກາຍນີ້ກໍບໍ່ຈໍາເປັນຕ້ອງນັບຖືມະເຫສີຄົບທຸກອົງໄປກໍໄດ້
ນັບຖືອົງໃດອົງໜຶ່ງເທົ່ານັ້ນກໍພໍ ເຊັ່ນ: ນິກາຍໄສວະກໍນັບຖືພຣະນາງອຸມາເປັນສັກຕິ,
ນິກາຍໄວສະນະວະ ກໍຍົກນາງລັກສະໝີເປັນສັກຕິເປັນຕົ້ນ. ແຕ່ຄົນສ່ວນຫຼາຍມັກນັບຖືນາງອຸມາເປັນໃຫຍ່ກວ່າເທວີທັງຫຼາຍ
ເພາະນາງເປັນມະເຫສີຂອງພຣະສິວະ ເປັນເທບພະເຈົ້າທີ່ຄົນຢ້ານກົວ ສະນັ້ນ
ພຣະນາງອຸມາຈຶ່ງມີຊື່ຫຼາຍຢ່າງຄູ່ກັບພຣະສິວະເຊັ່ນ: ມະເຫສີຂອງພຣະສິວະ
ເປັນເທບພະເຈົ້າທີ່ຄົນຢ້ານກົວ ສະນັ້ນ,ພຣະນາງອຸມາຈຶ່ງມີຊື່ຫຼາຍຢ່າງຄູ່ກັບພຣະສິວະເຊັ່ນ:
ມະຫາເທວີຄູ່ກັບມະຫາເທບ ໂຍຄີນີຄູ່ກັບມະຫາໂຍຄີ, ຊະຄັນມາຕິ ຄູ່ກັບອິສວນ ທຸຣະຄາ ຫຼື
ໄພຣະວີ ຄູ່ກັບໄພຣະວະ ກາລີຄູ່ກັບມະຫາກາລະ ເປັນຕົ້ນ.
ການບູຊານິກາຍສັກຕິ ກໍຕ່າງໄປຈາກນິກາຍອື່ນໆ ເຊັ່ນ:
ຕັກຄໍແບ້ບູຊາເຈົ້າແມ່ກາລີ ຫຼືການປະກອບພິທີກໍາດ້ວຍປັນຈະມະການ ຫຼື ມ 5 ຢ່າງ ຄື :
ມັດທະຍະ ຫຼື ມະດິຣາ (ນໍ້າເມົາ), ມາງສະ (ຊີ້ນສັດ ແລະມັດສະຍະຊີ້ນປາ) ມັນຕະຣະ
ທ່ອງບົດທີ່ເຮັດໃຫ້ເກີດຄວາມກໍາໜັດ ( ຄວາມຕ້ອງການທາງເພດ) ມຸດທະຣະ (
ສະແດງທ່າເຍົ້າຍວນ) ແລະໄມຖຸນ (ຮ່ວມເພດ) ເພາະເຂົາເຊື່ອວ່າເຈົ້າແມ່ກາລີມັກການບູຊາຍັນ
ແລະການຮ່ວມເພດ ດັ່ງນັ້ນ ການປະກອບພິທີກໍາດັ່ງກາ່ວຈຶ່ງຕ້ອງເຮັດໃຫ້ນາງເພິ່ງພໍໃຈ
ແລະອີກຈຸດປະສົງໜຶ່ງເພື່ອໃຫ້ເບື່ອໜາ່ຍໃນກາມ ການສະນອງຄວາມຕ້ອງການໃຫ້ເຕັມທີ່
ແລ້ວຈະເຖິງຈຸດເບື່ອໜ່າຍ ສ່ວນຜູ້ທີ່ຖືເຈົ້າແມ່ອົງອື່ນກໍນໍາເອົາໄປປະຕິບັດເຊັ່ນກັນ
ເພື່ອບໍ່ເປັນການໜ້ອຍໜ້າແກ່ຜູ້ອື່ນ. ພວກທີ່ປະຕິບັດແບບລາມົກເອີ້ນວ່າ ພວກວາມາຈາຣີ
ສວນພວກທີ່ປະຕິບັດຢ່າງສຸພາບບໍ່ລາມົກກໍເອີ້ນວ່າ ພວກທັກຂິນາຣີ.
10. ສັນຍະລັກຂອງສາສະໜາ
ສັນຍະລັກຂອງສາສະໜາພຣາມ-ຮິນດູທີ່ສໍາຄັນແລະເປັນກາງໆທີ່ສໍາຄັນແລະ
ເປັນກາງທີ່ທຸກນິກາຍຍອມຮັບກໍຄຶດເຄື່ອງໝາຍເປັນອັກສອນເທວະນາຄຣິ ທີ່ອ່ານວ່າ.ໂອມ.
ເປັນຄໍາທີ່ສັກສິດທີ່ສຸດໃນສາສະໜາ ພຣາມ-ຮິນດູ ໝາຍເຖິງເທບທັງ 3 ຄື: ອ
,ໝາຍເຖິງພຣະວິດສະນຸ ຫຼື ພຣະນາລາຍ. ອຸ ໝາຍເຖິງພຣະສິວະ ຫຼື ອິສວນ, ມ ໝາຍເຖິງ ພຣະພຣົມ
ເມື່ອເອົາ ອ+ອຸ+ມ ຈຶ່ງເທົ່າກັບ ໂອມ ສັນຍະລັກດັ່ງກາ່ວນີ້
ບາງເທື່ອກໍເອີ້ນວ່າ.ສະວັດສຕິ. ຫຼື ສະວັດສະຕິກະ
ເຄື່ອງໝາຍ.ໂອມ. ເປັນສັນຍາລັກແຫ່ງພະລັງທັງ 3 ອັນໝາຍເຖິງ ພຣະພຣົມ,
ພຣະວິດສະນຸ ແລະພຣະສິວະ
11.ຖານະສາສະໜາໃນປັດຈຸບັນ
ນັບຕັ້ງແຕ່ອິນເດຍຖືກຈັກກະພັດອິດສະລາມປົກຄອງ ໃນສະຕະວັດທີ 13
ສາສະໜາ ພຣາມ-ຮິນດູ ຈຶ່ງບໍ່ໄດ້ຮັບການອຸປະຖໍາ ແລະຂາດການພັດທະນາ ການປຸງແຕ່ງຢ່າງໃດ,
ຈົນສາສະໜາເກືອບສູນຫາຍເຊິ່ງສາເຫດຫຼັກແມ່ນມາຈາກຄົນວັນນະພຣາມ ຫຼົງໃນອໍານາດ ແລະປະໂຫຍດ.
ໃນໄລຍະຕໍ່ມາອິນເດຍຕົກເປັນອານານິຄົມຂອງອັກິດໃນປີ ຄ.ສ 1857 ເປັນເວລາເຖິງ 200 ປີ
ຍິ່ງເຮັດໃຫ້ສາສະໜາພຣາມ-ຮິນດູ ຂາດຄວາມເປັນເອກະພາບ ຍ້ອນຖືກກົດຂີ່
ເບິ່ງໄປແລ້ວສາສະໜາພຣາມ-ຮິນດູ ເກືອບບໍ່ມີບົດບາດຄືແຕ່ເກົ່າເລີຍ
ຈຶ່ງມີການປັບປຸງຈຸດບົດພ່ອງຕ່າງໆ ຈົນເກີດມີຂະບວນການປະຕິຮູບສາສະໜາຂື້ນມາໂດຍປະຍຸກຄໍາສອນໃນຄໍາພີພຣະເວດໃຫ້ເຂົ້າກັບຊິວິດປະຈໍາວັນໄດ້.
ຂະບວນການຕໍ່ສູ້ນໍາໄປສູ່ການຕໍ່ສູ້ທາງການເມື່ອງ ເພື່ອຮຽກຮ້ອງເອກະລາດຈາກອັງກິດ,
ຂະບວນການປະຕິຮູບສາສະໜາເຫຼົ່ານີ້ມີລາຍລະອຽດດັ່ງຕໍ່ໄປນີ້:
11.1.ຂະບວນການພຣົມມະສະມາດ
ສະມາຄົມນີ້ເກີດຂື້ນເມື່ອ ຄ.ສ 1828 ໂດຍ ຣາມະຫັນ ຣອຍ
ເປັນຜູ້ກໍ່ຕັ້ງຢູ່ທີ່ເມືອງກັນລະກັດຕາຫຼັກການໃຫຍ່ຂອງສະມາຄົມພຣາມມະສະມາດມີ:
1.
ເປັປເອກະເທວະນິຍົມ
ຖືວ່າເທບພະເຈົ້າຜູ້ຍິ່ງໃຫຍ່ມີອົງດຽວຄືພຣະພຣົມ ເປັນອົງທີ່ມີຕົວຕົນ ແລະບໍ່ເຄີຍອະວະຕານລົງມາເປັນອັນອື່ນເລີຍ.
2.
ເຊື່ອວ່າອາຕະມັນບໍ່ຕາຍ
3.
ເຊື່ອວ່າໃນຄວາມຫຼຸດພົ້ນ
ໂດຍການສໍານຶກຜິດ ແລະເຮັດຄວາມດີ.
4.
ປະຕິເສດຄໍາສອນເລື່ອງສົງສານ
ປະເພນີກຸມມານສົມລົດ ແລະ ລະບົບວັນນະ.
5.
ສະໜັບສະໜູນໃຫ້ແມ່ໝ້າຍແຕ່ງງານໄດ້
ແລະ ອອກກົດໝາຍຫ້າມຜູ້ຊາຍມີເມຍຫຼາຍຄົນ ແລະເຮັດພິທີສະຕິ (
ພິທີແມ່ໜ້າຍຕ້ອງໂດດເຂົ້າກອງໄປຕາຍຕາມຜົວ)
.ໃນປີ ຄ.ສ 1865
ສະມາຄົມນີ້ໄດ້ແຍກອອກເປັນ 2 ສາຍຄື: ອາທິພຣົມມະສະມາດ ໂດຍມີ ຣະພິນທະນາດຕະກໍ
ເປັນຜູ້ນໍາສາຂານີ້ ເນັ້ນໃນການປະຕິບັດຕາມຫຼັກດັ້ງເດີມຂອງສະມາຄົມໃວ້
ແລະອີກສາຂາໜຶ່ງຄືສາທາລະນະ ພຣົມມະສະມາດ ພາຍໃຕ້ການນໍາພາຂອງກະເສັບຈັນທະເສນ
ສາຂານີ້ມີການປັບປຸງປ່ຽນແປງບາງຢ່າງເຊັ່ນ:
ກະເສັບໄດ້ປະລິດສັນຍະລັກຂອງນິກາຍນີ້ຂື້ນມາໃໝ່ເປັນຕຣີສູນ ໄມ້ກາງເຂນ ແລະ ອີ້ເກີ້ງ
ເປັນສູນລວມ 3 ສາສະໜາ ຄື: ສາສະໜາພຣາມ-ຮິນດູ, ສາສະໜາຄຣິດ ແລະ ອິດສະລາມເຂົ້ານໍາກັນ
ແລະ ບາງເທື່ອກະເສັບຈັນທະເສນ ກໍໄດ້ສະແດງຕົນວ່າເປັນອັນໜຶ່ງອັນດຽວກັນພີຣະເຍຊູຄຣິດ
ແຕ່ຍາມເມື່ອເຖິ່ງແກ່ກໍາໄດ້ອອກຊື່ພຣະເຈົ້າໃນວາລະສຸດທ້າຍ.
11.2 ຂະບວນການອາຣະຍະມາດ
ສະວາມິທະຍານັນ ສະຮັດສະວະດີເປັນຜູ້ຕັ້ງຂື້ນ ເມື່ອປີ ຄ.ສ 1875
ຢູ່ທີ່ເມືອງບອມເບ. ຫຼັກການໃຫຍ່ຂອງສະມາຄົມນີ້ຖືຄໍາສອນໃນຄໍາພີພະເວດເປັນພື້ນຖານຂອງການປະຕິບັດໄດ້ນໍາເອົາພຣະເວດມາສຶກສາຢ່າງເອົາຈິງເອົາຈັງ
ແລະໄດ້ນໍາເອົາມາເປັນອຸດົມການຂອງຊາດ ເທບພະເຈົ້າມີລັກສະນະເປັນເອກະນິຍົມຄືການໃຫ້ຄວາມເຄົາລົບພຣະພຣົມ,
ປະຕິເສດລະບົບວັນນະ, ທິດສະດີອະວະຕານ ແລະກຸມມານສົມລົດ,
ອະນຸຍາດໃຫ້ແມ່ໝ້າຍສາມາດແຕ່ງງານໃໝ່ໄດ້
11.3 ຂະບວນການກິດສະນະມິດຊັນ
ສະມາຄົມນີ້ມີສີຣາມະກິດສະນະ, ສະວາມີວິເວກນັນທະເປັນຜູ້ກໍ່ຕັ້ງຂື້ນ
ຄ.ສ
1897ຍຶດເອົາຫຼັກການປະນິປະນອມ,ຍອມຮັບຄໍາສອນຂອງທຸກສາສະນາທີ່ມີຜູ້ນັບຖືໃນອິນເດຍວ່າບໍ່ຄວນຂັນແຍ່ງກັນ
ເປັນສາສະໜານິລັນດອນ, ເນັ້ນການເຂົ້າເຖິງຄໍາພີອຸປະນິສັດ ຫຼື ເວທານຕະ
ແລະເນັ້ນຫຼັກການອະທິບາຍພຣະເວດ ໂດຍມີຈຸດປະສົງເພື່ອສ້າງຄວາມສາມັກຄີພາຍໃນຊາດ,
ຄວາມສະເໝີພາກທາງສັງຄົມ, ເສດຖະກິດ, ການບໍລິຫານສັງຄົມແລະເພື່ອເຂົ້າເຖິງພຣະເຈົ້າ.
11.4 ຂະບວນການສະຣະໂວໄທ
ນໍາໂດຍ ມະຫາຕະມາ ຄານທີ
ໄດ້ນໍາເອົາຫຼັກອະຫິງສາມາເປັນອຸດົມການໃຫ້ປາກົດໃນບຸກ ຄົນ ແລະສັງຄົມ.
ຂະບວນການເຫຼົ່ານີ້ນອກຈະປະຕິຮູບສາສະໜາພຣາມ-ຮິນດູແລ້ວຍັງໄດ້ນໍາການຕໍ່ສູ້ເພື່ອຮຽກຮ້ອງເອກະລາດກັບຄືນມາຈາກອັງກິດຈົນສາໍເລັດ,
ເຮັດໃຫ້ປະເທດອິນເດຍໄດ້ລັດຖະບານທີ່ມາຈາກສາສະໜາພຣາມ-ຮິນດູ ມາເປັນຜູ້ບໍລິຫານປະເທດ
ແຕ່ເນື່ອງຈາກຄໍາສອນອຸດົມຄະຕິແລະປະຕິຮູບການດໍາເນີນຊີວິດ
ລວມທັງຄວາມເຊື່ອຖືທີ່ແຕກຕ່າງກັນຂອງສາສະໜາໃນອິນເດຍເຊັ່ນ:
ສາສະໜາພຣາມ-ຮິນດູ,ສາສະໜາອິດສະລາມ,ສາສະໜາສິກເປັນຕົ້ນ ຈຶ່ງເກີດບັນຫາຄວາມຂັດແຍ່ງແຜ່ລາມເປັນການປະທະກັນຫຼາຍຂື້ນຢູ່ທົ່ວທຸກແຫ່ງເຊັ່ນ:
ກໍລະນີມັດສະຢິດປາປະຮິ ລະຫວ່າງອິດສະລາມກັບພຣາມ-ຮິນດູ,
ກໍລະນີການລ່ວງລໍ້າວິຫານຄໍາ,ເມື່ອງອໍາມະລິດສະຣະລະຫວ່າງສິກກັບ ພຣາມ-ຮິນດູ ເປັນຕົ້ນ.
ໃນດ້ານການເຜີຍແຜ່ສາສະໜາພຣາມ-ຮິນດູ ໄປຍັງປະເທດອື່ນໆນັ້ນແມ່ນສະມາຄົມພຣະເວດຄີຕາອາສົມແລະສະມາຄົມຫະເສກິດສະນະເປັນຕົ້ນ
ໄດ້ເຮັດກິດຈະກາໍ ແລະມີສະມາສິກໃນຫຼາຍໆປະເທດທົ່ວໂລກ. ປັດຈຸບັນສາສະໜາພຣາມ-ຮິນດູມີຄົນນັບຖື
ຫຼື ສາສະນິກະຊົນຢູ່ປະມານ 790 ລ້ານຄົນ. ປະຊາຊົນໃນອິນເດຍຫຼາຍກວ່າ 80%
ນັບຖືສາສະໜາພຣາມ-ຮິນດູ ແລະຍັງມີຊາວຮິນດູໃນປະເທດອື່ນໆອີກເຊັ່ນ: ປາກິດສະຖານ,
ບັງຄະລາເທດ ເປັນຕົ້ນ.