ຄໍາສຸພາສິດ





1. ຄໍາສຸພາສິດ ແມ່ນຄໍາກອນປະເພດໜຶ່ງ ທີ່ມີບົດບາດສໍາຄັນຢູ່ໃນວັນນະຄະດີພື້ນເມືອງຄໍາສຸພາສິດແມ່ນປະໂຫຍກຄໍາເວົ້າທີ່ມີເນື້ອໃນຄົບຖ້ວນ, ມີລັກສະນະເປັນກອນ ມີການສໍາຜັດເກາະກ່າຍ ຢ່າງຈັບອົກຈັບໃຈ, ມີຈັງຫວະທໍານອງທີ່ສ່ອງແສງເຖິງຮູບພາບທີ່ມີລັກສະນະຕົວຈິງ. ສັ້ນກະທັດຮັດ ແລະ ເຂົ້າໃຈງ່າຍ. ຄໍາສຸພາສິດເກີດມາຈາກການອອກແຮງງານຂອງປະຊາຊົນເຮົາຄື ກັບວັນນະຄະດີຄໍາກອນປະເພດອື່ນໆ.
ຕົວຢ່າງ:   
               ຝົນຊີຕົກ             ໃຫ້ເບິ່ງດາວດິນ
               ຝົນຊິລິນ              ໃຫ້ເບິ່ງດາວຊ້າງ
               ຝົນຊິຕົກ              ມົດແລ່ນ
               ຟ້າຊິແລ້ງ             ມົດນອນ
               ຝົນຊິຕົກ              ຟ້າຕັ້ງເຫງົ້າ
               ຝົນຊິເຊົາ              ຟ້າຕັ້ງຊໍ່
               ຝົນຊິຕົກ             ອາກາດອົບເອົ້າ
               ຝົນຊິເຊົາ              ອາກາດໜາວເຢັນ

No comments:

Post a Comment