ຄໍາກ່ອມລູກ

1. ຄໍາກອມລູກ
    ແມ່ນກາບກອນຊະນິດໜຶ່ງ ເຊິ່ງເປັນວັນນະຄະດີພື້ນເມື່ອງລາວປະເພດຄໍາກອນ. ກາບກອນດັ່ງກ່າວ ໃຊ້ສໍາລັບກ່ອມໃຫ້ເດັກນ້ອຍນອນຫຼັບໄດ້ງ່າຍ. ຄວາມກອມລູກນີ້ ຜູ້ແຕ່ງ ຫຼື ຜູ້ກ່ອມເດັກໄດ້ວາດພາບ ພັນລະນາພາບທິວທັດທໍາມະຊາດ ພາບການເຄື່ອນໄຫວຂອງຄົນ, ສັດ ທີ່ມີລັກສະນະປຽບທຽບລະຫວ່າງ ການອອກແຮງງານຂອງຄົນກັບສິ່ງແວດລ້ອມອື່ນໆ. ຢ່າງມີຊີວິດຊີວາ.
         ຜູ້ເປັນແມ່ຂອງເດັກມີໜ້າທີ່ສໍາຄັນສາມຢ່າງຄື: ລ້ຽງດູ, ເບິ່ງແຍງ ແລະ ເປັນຜູ້ໃຫ້ການສຶກສາເບື້ອງຕົ້ນແກ່ເດັກ. ໝາຍຄວາມວ່າ, ຍາມກິນແມ່ກໍປ້ອນ, ຮອດຍາມລູກຢາກນອນແມ່ກໍກ່ອມ. ດັ່ງຄວາມກ່ອມລູກຕອນໜຶ່ງກ່າວວ່າ:
           ຄໍາສິງເອີຍ                           ນອນສາເຢີ
           ຫຼັບຕາສາ                           ແມ່ຊິກ່ອມ
           ແມ່ເຈົ້າເມື່ອຍ                     ຍົກແຄ່ງບໍ່ຊາ
           ແມ່ເຈົ້າເມື່ອຍ                     ຍົກຂາບໍ່ຂື້ນ
           ແມ່ນີ້ທໍາພຽນສ້າງ               ການນາທຸກເຊົ້າຄໍ່າ
           ເພື່ອຢາກໄດ້ເຂົ້ານໍ້າ             ມາລ້ຽງເຈົ້າໃຫ້ໃຫຍ່ສູງ...

No comments:

Post a Comment